ກຸ່ມບໍລິສັດຫົງຄໍາພາກໃຕ້

ສ້າງຕັ້ງຂຶ້ນໃນປີ 1995 ເມື່ອກ່ອນເອີ້ນຊື່ວ່າ ຫົງຄໍາການຄ້າ,ຂາເຂົ້າ-ຂາອອກຈໍາກັດ ໂດຍເລີ່ມຈາກ ທຸລະກິດແບບຄອບຄົວ ແລະ ໄດ້ມີການເຕີບໃຫ່ຍຂະຫຍາຍຕົວມາເລື້ອຍໆ ຈົນມາຮອດ ປີ 1997 ຈິ່ງໄດ້ເປີດ ບໍລິສັດ ກໍ່ສ້າງເຄຫາສະຖານຂົວ-ທາງ ແລະ ຊົນລະປະທານ ຈໍາກັດ ເຄື່ອນໄຫວທຸລະກິດຢ່າງເອົາຈິງເອົາຈັງຢູ່ແຂວງພາກໃຕ້ຈົນກາຍເປັນບໍລິສັດຕົ້ນໆຂອງແຂວງພາກໃຕ້ ຂອງ ສປປ ລາວ .
ກຸ່ມບໍລິສັດຫົງຄໍາພາກໃຕ້ ເປັນການລົງທຶນຂອງນັກລົງທຶນລາວ 100%, ສ້າງຂື້ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕາມການພັດທະນາເສດຖະກິດສັງ-ຄົມ ໃນການພັດທະນາພື້ນຖານໂຄງລ່າງ, ເຄຫາສະຖານ, ການບໍລິການ, ສົ່ງເສີມການຜະລິດພາຍໃນ, ທົດແທນການນໍາເຂົ້້າ, ການສ້າງວຽກເຮັດງານທໍາ ໃຫ້ກັບປະຊາຊົນເປັນຈໍານວນຫຼວງຫຼາຍ ພ້ອມທັງປະກອບສ່ວນ ດ້ານງົບປະມານໃຫ້ແກ່ລັດຖະບານ ຢ່າງສະເໜີຕົ້ນສະເໝີປາຍ.

ທ່ານ ນາງ ແກ່ນຈັນ ບຸດດາວົງ

ຕຳແໜ່ງດ້ານທຸລະກິດ ແລະ ສັງຄົມ

  • ປະທານ ກຸ່ມບໍລິສັດ ຫົງຄໍາພາກໃຕ້ ຈຳ​ກັດ
  • ຮອງປະທາ​ນສະພາການຄ້າ ແລະ ອຸດສາຫະການຄ້າ ແຂວງຈຳປາສັກ
  • ກໍາມະການສູນກາງແນວລາວສ້າງຊາດ,
  • ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຈຳປາສັກ
  • ຮອງປະທານປຶກສາສະມາຄົມນັກທຸລະກິດແມ່ຍິງ ແຂວງຈຳປາສັກ
ວິໄສທັດ

ກຸ່ມບໍລິສັດຫົງຄຳພາກໃຕ້ ຈໍາກັດ ເປັນອົງກອນທີ່ມີຄວາມເຂັ້ມແຂງໜັ້ນຄົງທາງດ້ານທຸລະກິດ, ສ້າງຊີວີການເປັນຢູ່ທີ່ດີໃຫ້ກັບປະຊາຊົນ, ສູ້ຊົນສ້າງຜະລິດຕະພັນທໍ່ HDPE ທີ່ມີຄຸນມະພາບມາດຕະຖານສາກົນ ແລະ ຢູ່ຄຽງຂ້າງລັດຖະບານໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາເສດຖະກິດປະເທດຊາດໃຫ້ດີຂື້ນ. 

ພາລະກິດ

 ກຸ່ມບໍລິສັດຫົງຄຳພາກໃຕ້ ມຸ່ງໝັ້ນທີ່ຈະສ້າງ ຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງໃຫ້ແກ່ ການກໍ່ສ້າງເຄຫາສະຖານ, ຂົວທາງ, ຊົນລະປະທານ, ໂຮງງານຜະລິດທໍ່ HDPE, ໂຮງແຮມ, ໂຮງງານປະສົມຄອນກຣີດ, ໂຮງງານຂົບຫີນ, ຈຳໜ່າຍແຮ່-ຊາຍ, ຮ້ານຈຳໜ່າຍ ວັດສະດຸ ແລະ ສະຖານີບໍລິການຂົນສົ່ງໂດຍສານ ໃຫ້ເປັນທີ່ຍອມຮັບຂອງຜູ້ຊົມໃຊ້ພາຍໃນ ແລະ ຕ່າງປະເທດ.

ລາງວັນ

ລາງວັນທີ່ກຸ່ມ​ບໍ​ລິ​ສັດຫົງ​ຄຳ​ພາກ​ໃຕ້ ຈຳ​ກັດ ​ໄດ້ຮັບຜ່ານມາມີ: ລາງວັນຜູ້ປະກອບການທຸລະກິດແມ່ຍິງດີເດັ່ນອາຊຽນ ປະຈຳປີ 2018, ລາງວັນຜູ້ປະກອບການທີ່ມີທ່າແຮງດີເດັ່ນພາກໃຕ້ ສປປລາວ, ລາງວັນນັກທຸລະກິດຊັ້ນນຳດີເດັ່ນ ແຫ່ງ ສປປລາວ ປະຈຳປີ 2019 ແລະ ລາງວັນທຸລະກິດດີເດັ່ນທີ່ສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ 19 ປະຈໍາປີ 2021.

ກຸ່ມບໍລິສັດຫົງຄຳພາກໃຕ້ ຈໍາກັດ ເປັນອົງກອນທີມີຄວາມເຂັ້ມແຂງໜັ້ນຄົງທາງດ້ານທຸລະກິດ, ສ້າງຊີວີການເປັນຢູ່ທີ່ດີໃຫ້ກັບປະຊາຊົນ, ສູ້ຊົນສ້າງຜະລິດຕະພັນທໍ່ HDPE ທີ່ມີຄຸນພະບາບມາດຕະຖານສາກົນ ແລະ ຢູ່ຄຽງຂ້າງລັດຖະບານໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາເສດຖະກິດປະເທດຊາດໃຫ້ດີຂື້ນ. 

 ກຸ່ມບໍລິສັດຫົງຄຳພາກໃຕ້ ມຸ້ງໝັ້ນທີ່ຈະສ້າງ ຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງໃຫ້ແກ່ ການກໍ່ສ້າງເຄຫາສະຖານ , ຂົວທາງ ,    ຊົນລະປະທານ , ໂຮງງານຜະລິດທໍ່ HDPE , ໂຮງແຮມ , ໂຮງງານປະສົມຄອນກຣີດ , ໂຮງງານຂົບຫີນ , ຈຳໜ່າຍແຮ່-ຊາຍ , ຮ້ານຈຳໜ່າຍ ວັດສະດຸ ແລະ ສະຖານີບໍລິການຂົນສົ່ງໂດຍສານ ໃຫ້ເປັນທີ່ຍອມຮັບຂອງຜູ້ຊົມໃຊ້ພາບໃນ ແລະ ຕ່າງປະເທດ.

ຍຸດທະສາດທີ່ດີແມ່ນຢາແກ້ບັນຫາການແຂ່ງຂັນ. ການຄິດຍຸດທະສາດແມ່ນຂະບວນການຂອງການພັດທະນາຍຸດທະສາດທີ່ກໍານົດການສະເຫນີມູນຄ່າຂອງທ່ານແລະຕ່ອງໂສ້ມູນຄ່າທີ່ເປັນເອກະລັກຂອງທ່ານ. ຂະບວນການນີ້ປະກອບມີການຄົ້ນຄວ້າຕະຫຼາດແລະການແຂ່ງຂັນເຊັ່ນດຽວກັນກັບການປະເມີນຄວາມສາມາດຂອງບໍລິສັດແລະກໍາລັງອຸດສາຫະກໍາທີ່ມີຜົນກະທົບມັນ.

ລາງວັນໄດ້ຮັບຜ່ານມາ

ຫົວຂໍ້ປະກາດວຽກ ສະຖານທີ່ ພະແນກ ວັນທີ
ໂຮງງານຄອນກີດ ແຂວງ ຈຳປາສັກ ການກໍ່ສ້າງພົນລະເຮືອນ ພະຈິກ 8, 2019
ໂຮງຄົບຫີນ ແຂວງ ຈຳປາສັກ ການຄຸ້ມຄອງໂຄງການ ມັງກອນ 8, 2016
ໂຮງແຮມ ແຂວງ ຈຳປາສັກ ການກໍ່ສ້າງພົນລະເຮືອນ ມັງກອນ 8, 2016
ສະຖານີລົດເມ ແຂວງ ຈຳປາສັກ ການກໍ່ສ້າງພົນລະເຮືອນ ມັງກອນ 8, 2016
ຈໍາຫນ່າຍແຮ່ຊາຍ ແຂວງ ຈຳປາສັກ ການຄຸ້ມຄອງໂຄງການ ມັງກອນ 8, 2016
ຈໍາຫນ່າຍວັດສະດຸ ແຂວງ ຈຳປາສັກ ການຄຸ້ມຄອງໂຄງການ ມັງກອນ 7, 2016

ກິດຈະກໍາເພື່ອສັງຄົມ

ນອກຈາກການດໍາເນີນທຸລະກິດແລ້ວກໍ່ຍັງໄດ້ປະກອບສ່ວນຊ່ວຍເຫລືອສັງຄົມ

ປະກອບສ່ວນສ້າງໂຮງຮຽນ
ປະກອບສ່ວນສ້າງສຸກສາລາ
ປະກອບສ່ວນບໍລິຈາກ
ປື້ມຕໍາລາຮຽນ
ປະກອບສ່ວນຊ່ວຍເຫລືອຜູ້ທຸກຍາກ
ປະກອບສ່ວນຊ່ວຍເຫຼືອຜູ້ປະສົບອຸທົກກະໄພ
ປະກອບສ່ວນຊ່ວຍເຫຼືອຜູ້ປະສົບອັກຄີໄພ